ບໍລິສັດ ລາຍລາວແອັບແຊບ ຈຳກັດ

LailaoAppZap Co.,Ltd

ບໍລິສັດ ລາຍລາວແອັບແຊບ ຈຳກັດ ຟູດເທັກອິໂຄຊິດເຕັມ
Food Tech Ecosystem

ງານອີເວັ້ນ: ສັບປະດາດີຈີຕອນລາວ 2026 (00001)

ສິ່ງທີ່ພວກເຮົາສະໜອງ

AppZap Market ແມ່ນແພລດຟອມ B2B ສະໜອງວັດຖຸດິບອາຫານສົດ (ຜັກ, ຊີ້ນ, ອາຫານທະເລ, ສິນຄ້າແຫ້ງ) ໃຫ້ຮ້ານອາຫານ ແລະ ຮ້ານຄ້າໃນລາວ ພ້ອມລະບົບສັ່ງຊື້ ແລະ ຂົນສົ່ງຄົບວົງຈອນ. ເຊື່ອມຕໍ່ໂດຍກົງກັບລູກຄ້າຮ້ານອາຫານທີ່ໃຊ້ AppZap POS ແລະ AppZap Eat ຢູ່ແລ້ວ ແລະ ມີແຫຼ່ງສະໜອງຕົ້ນນ້ຳຈາກ AppZap Farming (ລາງວັນທີ 2 Lao Digital Awards 2026). ຊ່ວຍໃຫ້ຮ້ານຫຼຸດຕົ້ນທຶນ ແລະ ຜູ້ຜະລິດທ້ອງຖິ່ນຂາຍໄດ້ລາຄາທີ່ຍຸຕິທຳ.

AppZap Market is a B2B fresh-food supply platform delivering produce, meat, seafood and dry goods to restaurants and shops in Laos, with end-to-end ordering and delivery. It plugs directly into the restaurants already using AppZap POS and AppZap Eat, and sources upstream from AppZap Farming (2nd place, Lao Digital Awards 2026). We cut buyers' sourcing costs and give local producers fairer prices.

ສິ່ງທີ່ພວກເຮົາຊອກຫາ

ຊອກຫາ VC ແລະ ນັກລົງທຶນ ເພື່ອລົງທຶນ Seed/Pre-Series A ໃນການຂະຫຍາຍ AppZap Market: ເງິນທຶນໝູນວຽນ ແລະ ສາງເຢັນ, ລົດຂົນສົ່ງ, ພັດທະນາລະບົບ ແລະ ຂະຫຍາຍໄປແຂວງໃຫຍ່. ນອກຈາກເງິນທຶນ ພວກເຮົາຍັງຕ້ອງການຄູ່ຮ່ວມງານທີ່ມີປະສົບການ B2B marketplace/ຫ່ວງໂສ້ອາຫານ, ເຄືອຂ່າຍໃນອາຊຽນ ແລະ ຄຳແນະນຳດ້ານການຂະຫຍາຍທຸລະກິດ.

We are seeking VCs and investors for a Seed/Pre-Series A round to scale AppZap Market: working capital and cold-chain storage, delivery fleet, technology, and expansion to major provinces. Beyond capital, we want partners with B2B marketplace or food supply chain experience, ASEAN networks, and hands-on guidance on scaling operations.

ຄູ່ຄ້າເປົ້າໝາຍ

1) Venture Capital ແລະ Angel Investor ທີ່ລົງທຶນໃນ Food-tech, Agri-tech, B2B marketplace ຫຼື Supply chain ໃນອາຊຽນ. 2) Corporate VC ແລະ ບໍລິສັດໃຫຍ່ດ້ານອາຫານ, ຄ້າປີກ ແລະ ໂລຈິສຕິກ. 3) ສະຖາບັນການເງິນ ແລະ ອົງການພັດທະນາ ທີ່ສະໜັບສະໜູນ MSME ແລະ ຫ່ວງໂສ້ກະສິກຳ. 4) ຜູ້ສະໜອງວັດຖຸດິບ ແລະ ຄູ່ຮ່ວມສາງເຢັນ/ຂົນສົ່ງ.

1) VCs and angel investors focused on food-tech, agri-tech, B2B marketplaces or supply chain in ASEAN. 2) Corporate VCs and large food, retail and logistics companies. 3) Financial institutions and development partners supporting MSMEs and agricultural value chains. 4) Food suppliers and cold-chain/logistics partners.

ຜູ້ຕາງໜ້າ

ຊື່ກີລະຕິ ປັນຍາປິຕີໂສພົນ
Keerati Panyapitisophon
ຕຳແໜ່ງຜູ້ພັດທະນາທຸລະກິດ
Business Development
ປີສ້າງຕັ້ງ2020

ເວັບໄຊ      ສື່ສັງຄົມອອນລາຍ

ກັບຄືນຫາລາຍການ ທຸລະກິດ/ອົງກອນ